บทความ

ທຣຳ ເຜີຍກົນລະຍຸດເພີ່ມເພື່ອຂວ້ຳບາດ ສປປ ເກົາຫລີ

รูปภาพ
ອາ​ເມ​ລິ​ກາ​ກຽມ​ອອກ​ມາດ​ຕະການ​ຂວ້ຳບາດ​ເພີ່ມ​ອີກ ແລະ ໃຊ້ການ​ທູດ​ກົດ​ດັນ​ໃຫ້ ສປປ ເກົາຫລີ ຢຸດ​ໂຄງການ​ພັດທະນາ​ນິວ​ເຄຼຍ ແລະ ລູກ​ສອນ​ໄຟ. ກົນລະຍຸດ​ຂອງ​ປະທານາທິບໍດີ ໂດ​ນັນ ທຣຳ ຖືກ​ປະກາດ​ພາຍຫລັງ​ການ​ບັນ​ລະ​ຍາຍ​ສະຫລຸບ​ຕໍ່ສະມາຊິກ​ວຸດ​ທິສະພາ​ອາ​ເມ​ລິ​ກາ 100 ຄົນ. ກ່ອນ​ໜ້າ​ນີ້, ຜູ້​ບັນຊາ​ການ​ກອງທັບ​ອາ​ເມ​ລິ​ກາ​ໃນ​ພາກພື້ນປາຊີຟິກ ໄດ້​ກ່າວ​ປົກ​ປ້ອງ​ການ​ສົ່ງ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ໄປ​ຕິດຕັ້ງຢູ່ ສ.​ເກົາຫລີ ໂດຍ​ຄວາມ​ເຄັ່ງ​ຕຶງ​ພວມ​ເພີ່ມ​ຂຶ້ນ ທ່າມກາງ​ຄວາມ​ກັງວົນ​ວ່າ: ສປປ ເກົາຫລີ ພວມ​ວາງ​ແຜນ​ຈະ​ທົດ​ລອງ​ອາວຸດ​ເທື່ອ​ໃໝ່. ຖະ​ແຫລ​ງການ​ຮ່ວມ​ຂອງ​ທ່ານ ເຣັກ ທິວ​ເລີ​ສັນ ລັດຖະມົນຕີ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ທ່ານ ຈິ​ມ ແມດ​ທິສ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ແລະ ທ່ານ ແດນ ໂຄສ ຜູ້ອຳນວຍການ​ສຳນັກງານ​ຂ່າວ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ລະບຸ​ວ່າ: ອາ​ເມ​ລິ​ກາ​ຕ້ອງການ​ໃຫ້​ເກີດ​ສະຖຽນ​ລະ​ພາບ ແລະ ການ​ປົດ​ອາວຸດ​ນິວ​ເຄຼຍຢ່າງສັນຕິ​ຢູ່​ແຫລມ​ເກົາຫລີ. ຖະ​ແຫລ​ງການ​ຂອງ​ອາ​ເມ​ລິ​ກາ ລະບຸ​ວ່າ: ພວກ​ເຮົາ​ຍັງ​ເປີດ​ຮັບ​ການ​ເຈລະຈາ ເພື່ອ​ໃຫ້​ບັນລຸ​ເປົ້າໝາຍ​ນັ້ນ, ແຕ່​ພວກ​ເຮົາ​ກໍ​ກຽມພ້ອມ ເພື່ອ​ປ້ອງ​ກັນ​ຕົນ​ເອງ ແລະ ພັນທະ​ມິດ. ເປົ້າໝາຍ​ຂອງ​ປະທານາທິບໍດີ ຄື​ກ...