ທຣຳ ເຜີຍກົນລະຍຸດເພີ່ມເພື່ອຂວ້ຳບາດ ສປປ ເກົາຫລີ

ອາ​ເມ​ລິ​ກາ​ກຽມ​ອອກ​ມາດ​ຕະການ​ຂວ້ຳບາດ​ເພີ່ມ​ອີກ ແລະ ໃຊ້ການ​ທູດ​ກົດ​ດັນ​ໃຫ້ ສປປ
ເກົາຫລີ ຢຸດ​ໂຄງການ​ພັດທະນາ​ນິວ​ເຄຼຍ
ແລະ ລູກ​ສອນ​ໄຟ.
ກົນລະຍຸດ​ຂອງ​ປະທານາທິບໍດີ ໂດ​ນັນ ທຣຳ ຖືກ​ປະກາດ​ພາຍຫລັງ​ການ​ບັນ​ລະ​ຍາຍ​ສະຫລຸບ​ຕໍ່ສະມາຊິກ​ວຸດ​ທິສະພາ​ອາ​ເມ​ລິ​ກາ 100 ຄົນ.
ກ່ອນ​ໜ້າ​ນີ້, ຜູ້​ບັນຊາ​ການ​ກອງທັບ​ອາ​ເມ​ລິ​ກາ​ໃນ​ພາກພື້ນປາຊີຟິກ ໄດ້​ກ່າວ​ປົກ​ປ້ອງ​ການ​ສົ່ງ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ໄປ​ຕິດຕັ້ງຢູ່ ສ.​ເກົາຫລີ ໂດຍ​ຄວາມ​ເຄັ່ງ​ຕຶງ​ພວມ​ເພີ່ມ​ຂຶ້ນ ທ່າມກາງ​ຄວາມ​ກັງວົນ​ວ່າ: ສປປ ເກົາຫລີ ພວມ​ວາງ​ແຜນ​ຈະ​ທົດ​ລອງ​ອາວຸດ​ເທື່ອ​ໃໝ່.
ຖະ​ແຫລ​ງການ​ຮ່ວມ​ຂອງ​ທ່ານ ເຣັກ ທິວ​ເລີ​ສັນ ລັດຖະມົນຕີ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ທ່ານ ຈິ​ມ ແມດ​ທິສ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ແລະ ທ່ານ ແດນ ໂຄສ ຜູ້ອຳນວຍການ​ສຳນັກງານ​ຂ່າວ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ລະບຸ​ວ່າ: ອາ​ເມ​ລິ​ກາ​ຕ້ອງການ​ໃຫ້​ເກີດ​ສະຖຽນ​ລະ​ພາບ ແລະ ການ​ປົດ​ອາວຸດ​ນິວ​ເຄຼຍຢ່າງສັນຕິ​ຢູ່​ແຫລມ​ເກົາຫລີ.
ຖະ​ແຫລ​ງການ​ຂອງ​ອາ​ເມ​ລິ​ກາ ລະບຸ​ວ່າ: ພວກ​ເຮົາ​ຍັງ​ເປີດ​ຮັບ​ການ​ເຈລະຈາ ເພື່ອ​ໃຫ້​ບັນລຸ​ເປົ້າໝາຍ​ນັ້ນ, ແຕ່​ພວກ​ເຮົາ​ກໍ​ກຽມພ້ອມ ເພື່ອ​ປ້ອງ​ກັນ​ຕົນ​ເອງ ແລະ ພັນທະ​ມິດ. ເປົ້າໝາຍ​ຂອງ​ປະທານາທິບໍດີ ຄື​ການ​ກົດ​ດັນ ສປປ ເກົາຫລີ ໃຫ້​ຍົກ​ເລີກ​ໂຄງການ​ນິວ​ເຄຼຍ, ລູກ​ສອນ​ໄຟ ແລະ ຢຸດ​ການ​ແຜ່​ກະຈາຍ​ອາວຸດ ໂດຍ​ໃຊ້​ວິທີ​ຂວ້ຳບາດ​ທາງ​ເສດຖະກິດ​ເພີ່ມ​ອີກ ແລະ ໃຊ້​ມາດ​ຕະການ​ທາງ​ການ​ທູດ​ຮ່ວມ​ກັບປະ​ເທດ​ພັນທະ​ມິດ
ແລະ ຫຸ້ນ​ສ່ວນ​ຂອງ​ພວກ​ເຮົາ.
ທ່ານ ບາຣບາຣາ ເພ​ລັດ ອາ​ເຊີ ນັກ​ຂ່າວ BBC ປະຈຳ​ນະຄອນຫລວງ​ວໍ​ຊິງ​ຕັນ ຂອງ​ອາ​ເມ​ລິ​ກາ ພວມ​ກັງວົນ​ຕໍ່​ຄວາມ​ກ້າວໜ້າ​ໃນ​ເຕັກ​ໂນ​ໂລ​ຊີ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ ສປປ
ເກົາຫລີ ເຊິ່ງອາດ​ຈະ​ມີ​ຂີດ​ຄວາມ​ສາມາດ​ໂຈມ​ຕີ​ອາ​ເມ​ລິ​ກາ ດ້ວຍ​ຫົວ​ຮົບ​ນິວ​ເຄຼຍ​ໄດ້​ກ່ອນ​ວາລະ​ການ​ດຳລົງ​ຕຳ​ແໜ່​ງຂອງ​ປະທານາທິບໍດີ ທຣຳ ຈະ​ໝົດ​ລົງ.
ຖ້າ​ອາ​ເມ​ລິ​ກາ​ຈະ​ແຊກ​ແຊງ​ດ້ວຍ​ການ​ທະຫານ ເພື່ອຢັບຢັ້ງຄວາມ​ສ່ຽງ​ນັ້ນ ຈະ​ຕ້ອງ​ຖືກ​ຕໍ່ຕ້ານ​ທ່າມກາງ​ອັນຕະລາຍ, ແຕ່​ປະທານາທິບໍດີ ທຣຳ ໄດ້​ພະຍາຍາມ​ໃຊ້​ວິທີການ​ເວົ້າ​ເພື່ອ​ສື່ສານ​ວ່າ: ນີ້​ເປັນຄວາມ​ສ່ຽງ​ທີ່​ເຊື່ອ​ຖື​​ໄດ້.
ກຸນ​ແຈ​ສຳຄັນ​ຂອງ​ແຜນ​ນີ້ ຄື​ການ​ກົດ​ດັນ​ໃຫ້​ຈີນ​ໃຊ້​ອິດ​ທິພົນ​ໄປ​ກົດ​ດັນ​ໃຫ້ ສປປ ເກົາຫລີ ຍົກ​ເລີກ​ໂຄງການ​ອາວຸດ​ນິວ​ເຄຼຍ ເຖິງ​ວ່າ​ຖະ​ແຫລ​ງການ​ຂອງ​ອາ​ເມ​ລິ​ກາ​ຈະ​ລະບຸ​ວ່າ: ເປີດ​ຮັບ​ການ​ເຈລະຈາ, ແຕ່​ຫລາຍ​ຝ່າຍ ກະທັ້ງຜູ້​ຊ່ຽວຊານ​ຢູ່​ນະຄອນຫລວງ​ວໍ​ຊິງ​ຕັນ​ເອງ ເບິ່ງ​ວ່າ​ລັດຖະບານ ສປປ ເກົາຫລີ ຍັງ​ບໍ່​ມີ​ທາງ​ຍອມຮັບ​ເງື່ອນ​ໄຂ​ດັ່ງກ່າວ.
ທ່ານ ຄຣິສ​ໂຕ​ເຟີ ຄູນ​ສ໌ ສະມາຊິກ​ວຸດ​ທິສະພາ​ຈາກ​ພັກ​ເດ​ໂມ​ແຄຣດ ກ່າວ​ຕໍ່​ນັກ​ຂ່າວ​ວ່າ: ມີ​ການ​​ເວົ້າ​ເຖິງ​ທາງ​ເລືອກ​ດ້ານ​ການ​ທະຫານ​ລະຫວ່າງ​ການບັນ​ລະ​ຍາຍ​ສະຫລຸບ​ຂອງ​ປະທານາທິບໍດີ ໂດຍ​ທ່ານ​ຮູ້ສຶກ​ວ່າ: ເປັນ​ການ​ບັນ​ລະ​ຍາຍ​ສະຫລຸບ​ທີ່​ສຸຂຸມ
ເຊິ່ງມີ​ຄວາມ​ຈະ​ແຈ້ງວ່າ: ລັດຖະບານ​ອາ​ເມ​ລິ​ກາ​ຄິດ ແລະ ວາງ​ແຜນ​ເພື່ອ​ກໍລະນີ​ຈຳ​ເປັນ​ຈະ​ຕ້ອງ​ໃຊ້​ທາງ​ເລືອກ​ດ້ານ​ການ​ທະຫານ
ແລະ ກົນລະຍຸດ​ທາງ​ການ​ທູດ​ກໍ​ເໝາະ​ສົມ​ຕໍ່​ຄວາ​ມສ່ຽງ​ແລ້ວ.
ເຖິງ​ຢ່າງ​ໃດ​ກໍ​ຕາມ, ປັດຈຸບັນ​ນີ້ ສປປ ເກົາຫລີ ພວມ​ຖືກ​ສະຫະ​ປະຊາ​ດ​ໃຊ້​ມາດ​ຕະການ​ຂວ້ຳບາດ​ທີ່​ເຂັ້ມງວດ​ຕໍ່​ໂຄງການ​ອາວຸດ​ຢູ່​ແລ້ວ.
ກ່ອນ​ໜ້າ​ນີ້, ພົນ​ເຮືອ​ເອກ​ແຮຣີ ແຮ​ຣິສ ຜູ້​ບັນຊາ​ການ​ກອງທັບ​ອາ​ເມ​ລິ​ກາ​ພາກພື້ນປາຊີ​ຟິກ ກ່າວ​ວ່າ: ອາ​ເມ​ລິ​ກາ​ກຽມພ້ອມ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ດີ​ທີ່​ສຸດ ເພື່ອ​ກຳຈັດ​ຄວາມ​ສ່ຽງ​ໃດໆ​ກໍ​ຕາມ​ຈາກ​ລູກ​ສອນ​ໄຟ ແລະ ອ້າງ​ວ່າການ​ຕິດຕັ້ງລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ THAAD ຢູ່ ສ.​ເກົາຫລີ ມີ​ຈຸດປະສົງ​ເພື່ອ​ໃຫ້​ທ່ານ ກິມຈຸ​ງອິນ ຜູ້ນຳ ສປປ ເກົາຫລີ ຄົ້ນຄິດ​ຄືນ​ໃໝ່. ພົນ​ເຮືອ​ເອກ​ ແຮຣິສ ເຊື່ອ​ວ່າ: ສປປ
ເກົາຫລີ ຈະ​ພະຍາຍາມ​ໂຈມ​ຕີ​ອາ​ເມ​ລິ​ກາ​ທັນທີ​ທີ່​ມີ​ຂີດ​ຄວາມ​ສາມາດ​ທາງ​ດ້ານ​ການ​ທະຫານ.
ສ່ວນ​ຈີນ​ເບິ່ງວ່າ: ການ​ຕິດຕັ້ງລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ THAAD ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສະຖຽນ​ລະ​ພາບ ແລະ ຢູ່ ສ.​ເກົາຫລີ ເອງ​ກໍ​ມີ​ຜູ້​ອອກ​ມາ​ປະ​ທ້ວງ ເຊິ່ງ​ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 3 ຄົນ ລະຫວ່າງ​ປະ​ທະ​ກັບ​ຕຳຫລວດ. ຂະນະ​ທີ່​ຂະ​ບວນລົດ​ບັນທຸກ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ເຄື່ອນ​ທີ່​ເຂົ້າ​ໄປ​ສະໜາມກ໊ອຟ​ເກົ່າ
ໃນ​ວັນ​ທີ 26 ເມສາ.

ความคิดเห็น